ໃບບິວຫຼັກສູດການຮຽນຮູ້ແບບແນະແນວຂອງກອງທຶນ AASCTF

Event: ASEAN Australia Smart Cities Webinar Series

ໃບບິວຫຼັກສູດການຮຽນຮູ້ແບບແນະແນວຂອງກອງທຶນ AASCTF

24 June 2022

View Document

[ຍັງມີຢູ່ໃນພາສາອັງກິດ, ອິນໂດເນເຊຍ, ຂະເໝນ, ແລະຫວຽດນາມ]

ປັດໃຈເພື່ອປົດລັອກ ນະຄອນອັດສະລິຍະທີ່ໜ້າຢູ່ ແມ່ນການຄຸ້ມຄອງຂໍ້ມູນ. ນະຄອນສ່ວນໃຫຍ່ໃນປັດຈຸບັນສ້າງຂໍ້ມູນຈໍານວນຫຼວງຫຼາຍ ທີ່ໄດ້ຈາກການບໍລິການ ແລະ ການປະຕິບັດໜ້າທີ່ຂອງນະຄອນ, ເຖິງແນວໃດກໍ່ຕາມ ຂໍ້ມູນນີ້ບໍ່ໄດ້ຖືກຜັນຂະຫຍາຍໄປໃຊ້ເຂົ້າໃນການວາງແຜນຜັງເມືອງ ແລະ ການຕັດສິນໃຈ. ຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນ ຍັງກີດຂວາງການນໍາໃຊ້ລະບົບດິຈິຕອລ ແລະ ການລວບລວມຂໍ້ມູນ. ອົງການປົກຄອງນະຄອນຈະສາມາດເຮັດຫຍັງໄດ້ແດ່ ເພື່ອຮັບປະກັນວ່າຂໍ້ມູນສຳຄັນເຫຼົ່ານີ້ຈະບໍ່ເສຍໄປ? ສາມາດປັບປຸງການຄຸ້ມຄອງຂໍ້ມູນໄດ້ແນວໃດ ແລະ ຈະນໍາໄປສູ່ຊີວິດທີ່ດີຂຶ້ນໄດ້ແນວໃດ? ບັນດາຄໍາຖາມເເຫຼົ່ານີ້ ຈະຖືກນໍາສະເໜີ ຢູ່ໃນຫຼັກສູດການຮຽນຮູ້ແບບແນະແນວ (GLP) ຂອງກອງທຶນ AASCTF.

ຫຼັກສູດການຮຽນຮູ້ແບບແນະແນວ (GLP) ຈະເນັ້ນໃສ່ການຫົວຂໍ້ ຈັດການຂໍ້ມູນ ຜ່ານກອງປະຊຸມ webinars ຫຼາຍກວ່າ 3 ຄັ້ງ, ເຊິ່ງຈະກະຈາຍຢູ່ໃນອົງປະກອບການຮຽນຮູ້ລົງເລີກລະອຽດ ໃຫ້ແກ່ຜູ້ເຂົ້າຮ່ວມ ຈາກອົງການປົກຄອງທ້ອງຖິ່ນທີ່ຄັດເລືອກມາ. ໃບປິວໃບນີ້ ຈະສະເໜີບັນດາຫົວຂໍ້ ແລະ ຈຸດສຸມ ຂອງແຕ່ລະກອງປະຊຸມ webinar ພ້ອມກັບລາຍລະອຽດດ້ານໄລຍະເວລາ ແລະ ໂຄງສ້າງຂອງໂຄງການ. ຈຸດປະສົງຂອງ ຫຼັກສູດການຮຽນຮູ້ແບບແນະແນວ ແມ່ນເພື່ອສ້າງປະສົບການການແລກປ່ຽນຄວາມຮູ້ທີ່ອຸດົມສົມບູນ, ສະຫນັບສະຫນູນການສ້າງຄວາມອາດສາມາດໃຫ້ແກ່ນະຄອນ ກ່ຽວກັບການຄຸ້ມຄອງຂໍ້ມູນ ແລະ ສ້າງແຜນການຈັດຕັ້ງປະຕິບັດຕົວຈິງ ແລະ ການສ້າງນະວັດກໍາ.

Geographical Focus: 
Subregional- Southeast Asia
Type of Content: 
Learning Event

Disclaimer

The views expressed on this website are those of the authors and do not necessarily reflect the views and policies of the Asian Development Bank (ADB) or its Board of Governors or the governments they represent. ADB does not guarantee the accuracy of the data included in this publication and accepts no responsibility for any consequence of their use. By making any designation of or reference to a particular territory or geographic area, or by using the term “country” in this document, ADB does not intend to make any judgments as to the legal or other status of any territory or area.